
LAO

ENG
ບັນດາເອກະສານຂອງສາກົນ
ບົດສະຫຼຸບກົດລະຫັດສາກົນດ້ານການຕະຫຼາດຂອງຜະລິດຕະພັນທົດແທນນ້ຳນົມແມ່ ແລະ ການແກ້ໄຂທີ່ກ່ຽວຂ້ອງ ຂອງມະຕິສະພາສຸຂະພາບໂລກ
ເປົ້າໝາຍ
ເພື່ອປະກອບສ່ວນເຂົ້າໃນການສະໜອງໂພຊະນາການທີ່ປອດໄພ ແລະ ພຽງພໍສຳລັບເດັກອ່ອນໂດຍການປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ແລະ ການນຳໃຊ້ຜະລິດຕະພັນທົດແທນນົມແມ່ໃຫ້ເໝາະສົມ, ເມື່ອມີຄວາມຈຳເປັນ, ບົນພື້ນຖານຂໍ້ມູນທີ່ພຽງພໍ ແລະ ຜ່ານການຕະຫຼາດ ແລະ ການຈຳໜ່າຍຜະລິດຕະພັນທີ່ເໝາະສົມ.
ເປົ້າໝາຍ
ຜະລິດຕະພັນທົດແທນນົມແມ່*1 ຫຼື ຜະລິດຕະພັນອາຫານທີ່ຈັດຈໍາໜ່າຍ ຫຼື ສະແດງໃຫ້ເຫັນວ່າເປັນອາຫານທົດແທນນົມແມ່ໄດ້ບາງສ່ວນ ຫຼື ທັງໝົດ, ລວມທັງ:
-
ນົມຜົງສູດເດັກ
-
ນົມຜົງສູດຕິດຕາມ (ຫຼື ເອີ້ນວ່າສູດຕິດຕາມ ຫຼື ນົມສູດ 2)*
-
ນົມຜົງສູດສໍາລັບການຈະເລີນເຕີບໂຕ (ຫຼື ເອີ້ນວ່ານົມເດັກນ້ອຍ ຫຼື ນົມສູດ 3)*
-
ບັນດານົມອື່ນໆທີ່ແນໃສ່ສໍາລັບເດັກນ້ອຍ 0 < 36 ເດືອນ*
-
ອາຫານ ຫຼື ຂອງແຫຼວອື່ນໆ (ເຊັ່ນ: ອາຫານທັນຍາພືດຊີລິແລັກ,ຊີລ້ຽວ, ອາຫານກະປ໋ອງ, ຊາເດັກ, ນ້ຳໝາກໄມ້ ແລະ ນ້ຳແຮ່ທາດ) ທີ່ລະບຸວ່າສໍາລັບໃຫ້ເດັກອາຍຸຕ່ຳກວ່າຫົກເດືອນ.*
-
ການໃຫ້ອາຫານຂວດແລະຫົວນົມ.
ການໂຄສະນາ
ບໍ່ໃຫ້ມີການໂຄສະນາ ຫຼື ສົ່ງເສີມບັນດາຜະລິດຕະພັນຂ້າງເທິງຕໍ່ສາທາລະນະ. ບໍ່ໃຫ້ມີການກ່າວອ້າງທາງດ້ານໂພຊະນາການ ຫຼື ສຸຂະພາບກ່ຽວກັບຜະລິດຕະພັນ.* ^ 2
ຕົວຢ່າງທົດລອງໃຊ້
ບໍ່ອະນຸຍາດໃຫ້ແຈກຟຣີຕົວຢ່າງທົດລອງໃຊ້ຂອງຜະລິດຕະພັນດັ່ງກ່າວ ໃຫ້ກັບແມ່, ຄອບຄົວຂອງເຂົາເຈົ້າ ຫຼື ພະນັກງານສາທາລະນະສຸກ.
ສະຖານທີ່ດູແລສຸຂະພາບ
ບໍ່ໃຫ້ມີການສົ່ງເສີມໂຄສະນາຜະລິດຕະພັນທົດແທນນົມແມ່ ເຊັ່ນ: ບໍ່ໃຫ້ມີການສະແດງສິນຄ້າ, ໂປສເຕີ, ປະຕິທິນຫຼື ການແຈກຢາຍວັດຖຸ ຫຼື ອຸປະກອນທີ່ຊ່ອຍສົ່ງເສີມໂຄສະນາຜະລິດຕະພັນທົດແທນນົມແມ່, ບໍ່ໃຫ້ມີພະຍາບານ ຫຼື ພະນັກງານຂອງບໍລິສັດທີ່ຈ້າງມາໂຄສະນາຢູ່ສະຖານທີ່ບໍລິການສຸຂະພາບ.
ພະນັກງານສາທາລະນະສຸກ
ບໍ່ໃຫ້ມອບຂອງຂວັນ ຫຼື ຕົວຢ່າງທົດລອງນຳໃຊ້ໃຫ້ແກ່ພະນັກງານສາທາລະນະສຸກ. ການສະຫນັບສະຫນູນທາງດ້ານການເງິນ ແລະ ແຮງຈູງໃຈເຊິ່ງຈະສ້າງຄວາມຂັດແຍ້ງດ້ານຜົນປະໂຫຍດກັບໜ້າທີ່.^ 3
ການສະໜອງຜະລິດຕະພັນ
ບໍ່ໃຫ້ມີການສະໜອງຜະລິດຕະພັນທົດແທນນ້ຳນົມແມ່ ບໍ່ວ່າຈະເປັນແບບລາຄາຖືກ ຫຼື ມອບໃຫ້ຟຣີ ໃຫ້ກັບພາກສ່ວນໃດນຶ່ງຂອງລະບົບສາທະລະນະສຸກ.^ 4
ຂໍ້ມູນ
ຂໍ້ມູນ ແລະ ອຸປະກອນການໃຫ້ຄວາມຮູ້ຕ້ອງອະທິບາຍເຖິງຜົນປະໂຫຍດຂອງການລ້ຽງລູກດ້ວຍນໍ້ານົມແມ່, ອັນຕະລາຍຕໍ່ສຸຂະພາບທີ່ກ່ຽວຂ້ອງກັບການປ້ອນດ້ວຍຂວດນົມ ແລະ ຄ່າໃຊ້ຈ່າຍທີ່ສູງຈາກການນຳໃຊ້ນົມຜົງສູດເດັກ. ຂໍ້ມູນຜະລິດຕະພັນຕ້ອງຢູ່ພື້ນຖານຄວາມເປັນຈິງ ແລະ ມີວິທະຍາສາດ. ທາງພາກລັດຖະບານເພື່ອຫຼີກເວັ້ນການຂັດແຍ້ງດ້ານຜົນປະໂຫຍດ ດັ່ງນັ້ນອຸປະກອນພາຍໃຕ້ວຽກງານສົ່ງເສີມການລ້ຽງດູເດັກອ່ອນ ແລະ ເດັກນ້ອຍບໍ່ຄວນຈະໄດ້ຮັບການສະຫນັບສະຫນູນຈາກຜູ້ຜະລິດ ແລະຜູ້ຈັດຈໍາໜ່າຍຜະລິດຕະພັນທົດແທນນົມແມ່.^ 5
ສະຫຼາກ
ສະຫຼາກຂອງຜະລິດຕະພັນທົດແທນນົມແມ່ ຕ້ອງບອກຢ່າງຊັດເຈນເຖິງຄວາມດີກວ່າຂອງການລ້ຽງລູກດ້ວຍນໍ້ານົມແມ່, ຄວາມຈຳເປັນທີ່ຕ້ອງໄດ້ຮັບຄໍາແນະນໍາຈາກພະນັກງານສາທາລະນະສຸກ ແລະ ການເຕືອນໄພອັນຕະລາຍຕໍ່ສຸຂະພາບຂອງເດັກຈາກການໃຊ້ຜະລິດຕະພັນ. ບໍ່ໃຫ້ສະຫຼາກມີຮູບພາບຂອງເດັກອ່ອນ ແລະ ເດັກນ້ອຍ, ຮູບພາບອື່ນໆ, ຫຼື ຂໍ້ຄວາມທີ່ສະແດງອອກໃຫ້ເຫັນການນໍາໃຊ້ນົມຜົງສູດສໍາລັບເດັກ. ສະຫຼາກຕ້ອງມີຄຳເຕືອນວ່າ ນົມຜົງສູດອາດມີຈຸລິນຊີທີ່ເປັນເຊື້ອພະຍາດ ແລະຕ້ອງກະກຽມ ແລະ ນຳໃຊ້ໃຫ້ເໝາະສົມ.^ 5 ສະຫຼາກຜະລິດຕະພັນອາຫານເສີມຂອງເດັກ ບໍ່ຄວນໂຄສະນາທັບຊ້ອນຫາຜະລິດຕະພັນນົມຜົງສູດເດັກ, ບໍ່ຄວນສົ່ງເສີມການປ້ອນນົມຜ່ານຂວດນົມ ແລະ ຄວນແຈ້ງບອກເຖິງຄວາມສຳຄັນຂອງການສືບຕໍ່ໃຫ້ນໍ້ານົມແມ່ຢ່າງຕໍ່ເນື່ອງ.^ 6
ຄຸນນະພາບ
ຜະລິດຕະພັນທີ່ບໍ່ເຫມາະສົມ, ເຊັ່ນນົມຂົ້ນຫວານ, ບໍ່ໃຫ້ໂຄສະນາສົ່ງເສີມໃຫ້ເດັກອ່ອນເດັກນ້ອຍກິນ. ຜະລິດຕະພັນທຸກອັນຈະຕ້ອງມີຄຸນນະພາບສູງ (ອີງຕາມມາດຕະຖານ Codex Alimentarius Standards) ແລະຄໍານຶງເຖິງສະພາບອາກາດ ແລະ ການເກັບຮັກສາຂອງປະເທດທີ່ຜະລິດຕະພັນຈະຖືກນໍາໃຊ້.
* ໄດ້ຮັບການຊີ້ແຈງ ແລະ ຂະຫຍາຍໂດຍຄໍາແນະນໍາຂອງອົງການອະນາໄມໂລກ (WHO) ກ່ຽວກັບການຢຸດຕິການສົ່ງເສີມໂຄສະນາທີ່ບໍ່ເຫມາະສົມຂອງຍັນດາຜະລິດຕະພັນອາຫານ ສໍາລັບເດັກອ່ອນ ແລະ ເດັກນ້ອຍ ຄໍາແນະນໍາໃນ WHA Resolution 69.9 [2016].
^ ຂໍ້ກໍານົດຂອງກົດລະຫັດສາກົນດ້ານການຄວບຄຸມການຕະຫຼາດ ຜະລິດຕະພັນທົດແທນນົມແມ່ ໄດ້ຮັບການຊີ້ແຈງ ແລະ ຂະຫຍາຍເນື້ອໃນເພີ່ມ ໂດຍຜ່ານການຮັບຮອງເອົາ ຄຳແນະນຳຫຼາຍສະບັບ ລົງມະຕິໂດຍສະພາສຸຂະພາບໂລກ WHA ໃນປີຕໍ່ໆມາ.
*Clarified and extended by the WHO Guidance on ending the inappropriate promotion of foods for infants and young children Guidance in WHA Resolution 69.9 [2016].
^ Code provisions have been clarified and extended by subsequent World Health Assembly Resolutions.
1 WHA49.15 [1996], WHA54.2 [2001] & WHA63.23 [2010]
2 WHA58.32 [2005] & WHA63.23 [2010]
3 WHA49.15 [1996] & WHA58.32 [2005]
4 WHA47.5 [1994] v. WHA58.32 [2005]
5 WHA58.32 [2005]
6 WHA69.9
ບັນດາເອກະສານດ້ານວິຊາການ
ທົ່ວໂລກ
ກົດລະຫັດສາກົນ ແລະ ການແກ້ໄຂທີ່ກ່ຽວຂ້ອງ ຂອງມະຕິສະພາສຸຂະພາບໂລກ
International Code of Marketing of Breast-Milk Substitutes | 1981
WHA34.22 - International Code of Marketing of Breast-milk Substitutes | 1981
WHA35.26 - International Code of Marketing of Breast-milk Substitutes | 1982
WHA37.30 - Infant and young child nutrition | 1984
WHA39.28 - Infant and young child feeding | 1986
WHA41.11 - Infant and young child nutrition | 1988
WHA43.3 - Protecting promoting and supporting breast-feeding | 1990
WHA47.5 - Infant and young child nutrition | 1994
WHA49.15 - Infant and young child nutrition | 1996
WHA54.2 - Infant and young child nutrition | 2001
WHA55.25 - Infant and young child nutrition | 2002
WHA58.32 - Infant and young child nutrition | 2005
WHA59.11 – Infant and young child nutrition and HIV | 2006
WHA59.21 - Infant and young child nutrition | 2006
WHA61.20 - Infant and young child nutrition: biennial progress report | 2008
WHA63.23 - Infant and young child nutrition | 2010
WHA65/6 - Comprehensive implementation plan on maternal, infant and young child nutrition | 2012
A67/DIV3 - Decision and list of resolutions: WHA67(9) Maternal, infant and young child nutrition | 2014
WHA69.7 - Ending inappropriate promotion of foods for infants and young children
Agenda item 12.1 | 2016
WHA71.9 - Infant nutrition and breastfeeding Agenda item 12.6 | 2018
WHA73.26 - Maternal, infant and young child nutrition Agenda item 15.2 | 2020
WHA75.21 - Maternal, infant and young child nutrition Agenda item 18.1 | 2022
ບັນດາເອກະສານດ້ານວິຊາການອື່ນໆ
Innocenti Declaration on the Promotion and Support of Breastfeeding | 1990
Global Strategy for Infant and Young Child Feeding | 2003
Innocenti Declaration 2005 on Infant and Young Child Feeding | 2005
Guideline: Updates on HIV and Infant Feeding | 2016
The International Code of Marketing of Breast-milk Substitutes: Frequently Asked Questions | 2017
Operational Guidance on Infant Feeding in Emergencies (OG-IFE) v3 | 2017
Implementation Guidance: The Revised Baby-friendly Hospital Initiative | 2018
Quick Guide Summarizing the Code and Relevant Resolutions of the World Health Assembly (Alive &Thrive) | 2021
Conflicts of Interest and Undue Influence associated with the Baby Food Industry: A Repository | 2022